วันเสาร์ที่ 30 ตุลาคม พ.ศ. 2553

ເຈົ້າເຄີຍເປັນພະຍາດນີ້ບໍ່????







วันศุกร์ที่ 15 ตุลาคม พ.ศ. 2553

10/10/10

ສະບາຍດີ!!!
ບໍ່ໄດ້ເຂົ້າມາ ດົນແລ້ວ... ມື້ນີ້ກໍເລີຍຖືໂອກາດນຳເອົາບັນຍາກາດຂອງການໄປຮ່ວມກິດຈະກຳມາເຫຼົ່າສູ່ກັນຟັງ...
ໃນວັນທີ 10/10/10 ພວກເຮົາໄດ້ພາກັນໄປຮ່ວມກິດຈະກຳ ແລະ ປູກຈິດສຳນຶກໃຫ້ແກ່ນ້ອງໆນັກຮຽນປະຖົມ ຕານມີໄຊ
ເຊິ່ງມື້ນັ້ນພວກເຮົາ ໃນນາມອາສາສະໝັກ SEED ກໍໄດ້ພາກັນກະກຽມ ແລະ ຊ່ວຍກັນແຕ້ມຮູບ ໃນການລົນນະລົງໃຫ້ຊ່ວຍກັນຮັກສາສິ່ງແວດລ້ອມນັ້ນເອງ.
ເຊິ່ງວ່າບັນຍາກາດຈະເປັນແນວໃດນັ້ນ ຂ້າພະເຈົ້າກໍຂໍນຳເອົາບາງຮູບພາບມາຝາກກັນ ໄປເບິ່ງກັນເລີ້ຍຍຍຍຍຍຍຍຍຍຍຍຍຍຍ


ການກະກຽມກ່ອນມື້ 10/10/10


ກຳລັງແຕ້ມຮູຍຢ່າງຕັ້ງໃຈ



ເຢ້ໆ ແລ້ວແລ້ວ ຮູບຂອງທີມ"ສົ້ມຈີ໊ດ" ງາມບໍ່ພີ່ນ້ອງ?


ບັນຍາກາດແບບຈີ໊ດໆ!!!
^_^ ການຖ່າຍຮູບລວມຂອງບັນດາຮູບພາບທີ່ທີ່ບັນດາກຸ່ມຕ່າງໆ ຂອງ SEED ໃດ້ມີການຮ່ວມໄມ້ຮ່ວມມືກັນ ອອກ ຄວາມຄິດສ້າງສັນ ໃນການແຕ້ມຮູບເພື່ອປຸກລະດົມ ນ້ອງໆ ເອື້ອຍໆ ປ້າໆ ລຸງໆ ໃນການຫຼຸດຜ່ອນປະລິມານ CO2 ໃນໂລກສີຂຽວຂອງພວກເຮົາໃຫ້ຢູ່ໃນປະລິມານທີ່ພໍເໝາະ ນັ້ນກໍຄື 305 PPMເພື່ອສັງຄົມທີ່ໜ້າຢູ່ ແລະ ສິ່ງແວດລ້ອມທີ່ສົດໃສ!!!


ການຖ່າຍຮູບລວມຕອນທີ່ຈະປູກຕົ້ນໄມ້ຮ່ວມກັນ


ປູກເຮົາປູກ!!!!


ທີມ "ສົ້ມຈີ໊ດ" ກັບ ທີມ "ຫວັ່ນໃຫວ"


10/10/10 ກັບທີມງານ SEED

ນ້ອງໃຫມ່ ນິນຈາາາາາາາ!!!!!

วันเสาร์ที่ 28 สิงหาคม พ.ศ. 2553

ຂ້ອຍຢາກເປັນ ອາສາສະໝັກ "SEED"

"SEED" ແມ່ນຫຍໍ້ມາຈາກຄຳວ່າ Social Education Environment and Development  ເວົ້າລວມແລ້ວກໍແມ່ນກຸ່ມອາສາສະໝັກ ທີ່ເຮັດວຽກ ເພື່ອສັງຄົມ, ການສຶກສາ ແລະ ສິ່ງແວດລ້ອມ ໂດຍບໍ່ໄດ້ຫວັງຜົນຕອບແທນ. ເຊິ່ງຂ້າພະເຈົ້າເອງກໍໄຝ່ຝັນຢາກທີ່ຈະມີໂອກາດ ໄດ້ເຂົ້າເປັນສ່ວນໜຶ່ງໃນໜ່ວຍປະຕິບັດການດັ່ງກ່າວ  ແລະ ຂ້າພະເຈົ້າກໍໄດ້ຕັດສິນໃຈ ຍື່ນໃບສະໝັກ ແລະ ກໍເຂົ້າໄປສຳພາດ.... ໃນມື້ນັ້ນຂ້ອຍໄປລົງທະບຽນຕອນເຊົ້າ ແລະ ລໍຖ້າສຳພາດ ແຕ່ຜູ້ສະໝັກຂ້ອນຂ້າງທີ່ຈະຫຼາຍ ກໍເລີຍໄດ້ຖ້າQ ຂ້ອນຂ້າງດົນ.....
ຈົນໃນທີ່ສຸດເວລາອັນລະທຶກກໍມາເຖິງ ເວລາປະມານ 2.15 ໂມງແລງ ຂ້າພະເຈົ້າກໍໄດ້ພະເຊີນກັບຄວາມເປັນຈິງ ນັ້ນກໍຄືການເຂົ້າສຳພາດຄັ້ງທຳອິດນັ້ນເອງ. ຕອນທຳອິດຂ້ອຍກໍບໍ່ຮູ້ຮອດຊິເວົ້າອິຫຍັງ ໄດ້ແຕ່ຍິ້ມ...^_^... ຄະນະກຳມະການ ໃຫ້ຂ້ອຍຮ້ອງເພງ ຊຶ່ງຂ້ອຍກໍມັກຮ້ອງເພງ  ແຕ່ສຽງຂອງຂ້ອຍບໍ່ມ່ວນເລີຍ...ແຕ່ວ່າຂ້ອຍສາມາດເຮົດໃຫ້ຄະນະກຳມະການເຖິງຂັ້ນອ້າປາກຄ້າງເລີຍແຫຼະ ເພາະວ່າຂ້ອຍຮ້ອງເພງໄດ້ວິເສດທີ່ສຸດເລີຍ ອິອິອິ...ຮ້ອງໄດ້ສອງທ່ອນດັນມາລືມເນື້ອ...T_T ແຕ່ຂ້ອຍກໍແກ້ໃຂສະຖານະການໄດ້....(ລອດໂຕໄປ)
ກຳມະການຖາມຂ້ອຍກະຫຼາຍຢ່າງຢູ່ໄດ໋ ແຕ່ຂ້ອຍກໍຕອບໃດ້ທຸກຢ່າງ ອິອິ (ບໍ່ວ່າຈະເປັນນອກປະເດັນ ຫຼື ໃນປະຕູ ອຸ້ຍ!! ໃນປະເດັນ ຊັ້ນດອກ.)
ຂ້ອຍສາມາດເຂົ້າເປັນສະມາຊິກຂອງ SEED ໄດ້ແລ້ວ....ພາລະກິດຕໍ່ໄປກໍຄືການສ້າງຕົນເອງໃຫ້ເປັນແບບຢ່າງ...ໃນການປະຕິບັດຕົນໃຫ້ເປັນງຽບກັບສິ່ງແວດລ້ອມ.  ແລະຕອນນີ້ກໍຂໍປະຕິບັດສະຕອນນີ້ເລີຍໂດຍການເຊີນຊວນໃຫ້ທຸກໆທ່ານຫິນມາໃສ່ໃຈບັນຫາສິ່ງແວດລ້ອມ ແລະ ຊ່ວຍກັນຮັກສາທຳມະຊາດ ແລະ ນຳໄຊ້ ຊັພະຍາກອນທຳມະຊາດໃຫ້ເກີດປະໂຫຍດສູງສຸດ ແລະ ປະຢັດທີ່ສຸດດດດດດດດດດດດດດດດດດດດດດດດດດດດດດດດດດດ......