ສະບາຍດີ!!!
ບໍ່ໄດ້ເຂົ້າມາ ດົນແລ້ວ... ມື້ນີ້ກໍເລີຍຖືໂອກາດນຳເອົາບັນຍາກາດຂອງການໄປຮ່ວມກິດຈະກຳມາເຫຼົ່າສູ່ກັນຟັງ...
ໃນວັນທີ 10/10/10 ພວກເຮົາໄດ້ພາກັນໄປຮ່ວມກິດຈະກຳ ແລະ ປູກຈິດສຳນຶກໃຫ້ແກ່ນ້ອງໆນັກຮຽນປະຖົມ ຕານມີໄຊ
ເຊິ່ງມື້ນັ້ນພວກເຮົາ ໃນນາມອາສາສະໝັກ SEED ກໍໄດ້ພາກັນກະກຽມ ແລະ ຊ່ວຍກັນແຕ້ມຮູບ ໃນການລົນນະລົງໃຫ້ຊ່ວຍກັນຮັກສາສິ່ງແວດລ້ອມນັ້ນເອງ.
ເຊິ່ງວ່າບັນຍາກາດຈະເປັນແນວໃດນັ້ນ ຂ້າພະເຈົ້າກໍຂໍນຳເອົາບາງຮູບພາບມາຝາກກັນ ໄປເບິ່ງກັນເລີ້ຍຍຍຍຍຍຍຍຍຍຍຍຍຍຍ
ການກະກຽມກ່ອນມື້ 10/10/10
ກຳລັງແຕ້ມຮູຍຢ່າງຕັ້ງໃຈ
ເຢ້ໆ ແລ້ວແລ້ວ ຮູບຂອງທີມ"ສົ້ມຈີ໊ດ" ງາມບໍ່ພີ່ນ້ອງ?
ບັນຍາກາດແບບຈີ໊ດໆ!!!
^_^ ການຖ່າຍຮູບລວມຂອງບັນດາຮູບພາບທີ່ທີ່ບັນດາກຸ່ມຕ່າງໆ ຂອງ SEED ໃດ້ມີການຮ່ວມໄມ້ຮ່ວມມືກັນ ອອກ ຄວາມຄິດສ້າງສັນ ໃນການແຕ້ມຮູບເພື່ອປຸກລະດົມ ນ້ອງໆ ເອື້ອຍໆ ປ້າໆ ລຸງໆ ໃນການຫຼຸດຜ່ອນປະລິມານ CO2 ໃນໂລກສີຂຽວຂອງພວກເຮົາໃຫ້ຢູ່ໃນປະລິມານທີ່ພໍເໝາະ ນັ້ນກໍຄື 305 PPMເພື່ອສັງຄົມທີ່ໜ້າຢູ່ ແລະ ສິ່ງແວດລ້ອມທີ່ສົດໃສ!!!
ການຖ່າຍຮູບລວມຕອນທີ່ຈະປູກຕົ້ນໄມ້ຮ່ວມກັນ
ປູກເຮົາປູກ!!!!
ທີມ "ສົ້ມຈີ໊ດ" ກັບ ທີມ "ຫວັ່ນໃຫວ"
10/10/10 ກັບທີມງານ SEED
ນ້ອງໃຫມ່ ນິນຈາາາາາາາ!!!!!











