"SEED" ແມ່ນຫຍໍ້ມາຈາກຄຳວ່າ Social Education Environment and Development ເວົ້າລວມແລ້ວກໍແມ່ນກຸ່ມອາສາສະໝັກ ທີ່ເຮັດວຽກ ເພື່ອສັງຄົມ, ການສຶກສາ ແລະ ສິ່ງແວດລ້ອມ ໂດຍບໍ່ໄດ້ຫວັງຜົນຕອບແທນ. ເຊິ່ງຂ້າພະເຈົ້າເອງກໍໄຝ່ຝັນຢາກທີ່ຈະມີໂອກາດ ໄດ້ເຂົ້າເປັນສ່ວນໜຶ່ງໃນໜ່ວຍປະຕິບັດການດັ່ງກ່າວ ແລະ ຂ້າພະເຈົ້າກໍໄດ້ຕັດສິນໃຈ ຍື່ນໃບສະໝັກ ແລະ ກໍເຂົ້າໄປສຳພາດ.... ໃນມື້ນັ້ນຂ້ອຍໄປລົງທະບຽນຕອນເຊົ້າ ແລະ ລໍຖ້າສຳພາດ ແຕ່ຜູ້ສະໝັກຂ້ອນຂ້າງທີ່ຈະຫຼາຍ ກໍເລີຍໄດ້ຖ້າQ ຂ້ອນຂ້າງດົນ.....
ຈົນໃນທີ່ສຸດເວລາອັນລະທຶກກໍມາເຖິງ ເວລາປະມານ 2.15 ໂມງແລງ ຂ້າພະເຈົ້າກໍໄດ້ພະເຊີນກັບຄວາມເປັນຈິງ ນັ້ນກໍຄືການເຂົ້າສຳພາດຄັ້ງທຳອິດນັ້ນເອງ. ຕອນທຳອິດຂ້ອຍກໍບໍ່ຮູ້ຮອດຊິເວົ້າອິຫຍັງ ໄດ້ແຕ່ຍິ້ມ...^_^... ຄະນະກຳມະການ ໃຫ້ຂ້ອຍຮ້ອງເພງ ຊຶ່ງຂ້ອຍກໍມັກຮ້ອງເພງ ແຕ່ສຽງຂອງຂ້ອຍບໍ່ມ່ວນເລີຍ...ແຕ່ວ່າຂ້ອຍສາມາດເຮົດໃຫ້ຄະນະກຳມະການເຖິງຂັ້ນອ້າປາກຄ້າງເລີຍແຫຼະ ເພາະວ່າຂ້ອຍຮ້ອງເພງໄດ້ວິເສດທີ່ສຸດເລີຍ ອິອິອິ...ຮ້ອງໄດ້ສອງທ່ອນດັນມາລືມເນື້ອ...T_T ແຕ່ຂ້ອຍກໍແກ້ໃຂສະຖານະການໄດ້....(ລອດໂຕໄປ)
ກຳມະການຖາມຂ້ອຍກະຫຼາຍຢ່າງຢູ່ໄດ໋ ແຕ່ຂ້ອຍກໍຕອບໃດ້ທຸກຢ່າງ ອິອິ (ບໍ່ວ່າຈະເປັນນອກປະເດັນ ຫຼື ໃນປະຕູ ອຸ້ຍ!! ໃນປະເດັນ ຊັ້ນດອກ.)
ຂ້ອຍສາມາດເຂົ້າເປັນສະມາຊິກຂອງ SEED ໄດ້ແລ້ວ....ພາລະກິດຕໍ່ໄປກໍຄືການສ້າງຕົນເອງໃຫ້ເປັນແບບຢ່າງ...ໃນການປະຕິບັດຕົນໃຫ້ເປັນງຽບກັບສິ່ງແວດລ້ອມ. ແລະຕອນນີ້ກໍຂໍປະຕິບັດສະຕອນນີ້ເລີຍໂດຍການເຊີນຊວນໃຫ້ທຸກໆທ່ານຫິນມາໃສ່ໃຈບັນຫາສິ່ງແວດລ້ອມ ແລະ ຊ່ວຍກັນຮັກສາທຳມະຊາດ ແລະ ນຳໄຊ້ ຊັພະຍາກອນທຳມະຊາດໃຫ້ເກີດປະໂຫຍດສູງສຸດ ແລະ ປະຢັດທີ່ສຸດດດດດດດດດດດດດດດດດດດດດດດດດດດດດດດດດດດ......